I will share my experience of getting a scholarship ສະບາຍດິ! ຂ້ອຍຈະມາແບ່ງປັນປະສົບການ ການໄດ້ຮັບທຶນການສຶກສາໃຫ້ກັບຜູ້ທີ່ສົນໃຈທີ່ຈະມາຮຽນທີ່ປະເທດຍີ່ປຸ່ນ.

#scholarship #Kizuna program

Contents of video

00:07
Brief silf-introduction(ແນະນຳໂຕ)
00:41
Kizuna program(ໂຄງການກິຊູນ່າ)
01:21
How to get scholarship?(ເຮັດແນວໃດຈັ່ງໄດ້ຮັບທຶນການສຶກສາ?)
01:50
Application process(ຂັ້ນຕອນການສະໝັກທຶນ)
02:30
Application form submission and interview process
(ຂັ້ນຕອນການສົ່ງແບບຟອມ ແລະ ການສຳພາດ)
02:57
What to do when you have arrived?
(ສິ່ງທີ່ຕ້ອງເຮັດເມື່ອມາຮອດຍີ່ປຸ່ນ)
03:23
Master course at University of Toyama
(ຫຼັກສູດປະຣິນຍາໂທ ທີ່ມະຫາວິທະຍາໄລໂທຍາມະ)
04:07
Student life(ຊີວິດນັກສຶກສາ)

The reasons for choosing study
in Japan and Kizuna program?​

I am a Laos government employee; Laos is a developing country and is receiving assistance from many countries. Each year there are many scholarships from different countries such as Japan, Korea, Vietnam, Australia, New Zealand, etc. I chose to apply for the Japan scholarship because of my personal preference. I like Japanese culture, I interesting with Japanese food, I like the kindness of the Japanese people, admire the Japanese government, and most important is I like the Japanese education system. And one more important thing is the Kizuna program that I apply is very suitable for me and my country, because this program supporting a mining administrators and university faculty and research, and this program will not end with graduation, we will continue to work and develop the potential of the mining sector in my country.

ຂ້ອຍເອງເປັນພະນັກງານລັດ, ເຊິ່ງໃນແຕ່ລະປີຈະມີທຶນການສຶກສາຈາກຫຼາຍປະເທດທີ່ເຂົາເຈົ້າສົ່ງເສີມໃຫ້ພະນັກງານຈາກປະເທດທີ່ກຳລັງພັດທະນາໄປຍົກລະດັບເຊັ່ນ ທຶນການສຶກສາຈາກປະເທດ ຍີ່ປຸ່ນ, ເກົາຫຼີ, ຫວຽດນາມ, ອ໋ອດສະເຕເລຍ, ນິວຊີແລນ, ແລະ ອື່ນໆ. ຂ້ອຍເລືອກສະໝັກທຶນການສຶກສາຈາກປະເທດຍີ່ປຸ່ນ ເພາະຄວາມມັກສ່ວນໂຕ, ຂ້ອຍມັກປະເທດຍີ່ປຸ່ນ, ມັກວັດທະນະທຳເຂົາເຈົ້າ, ມັກອາຫານການກິນ, ມັກໃນລັກສະນະນິໄສທີ່ໃຈດິອ່ອນນຸ່ມຂອງຄົນຍີ່ປຸ່ນ, ມັກໃນການບໍລິຫານປະເທດຂອງລັດຖະບານຍີ່ປຸ່ນ, ແລະ ທີ່ສຳຄັນແມ່ນມັກໃນລະບົບການສຶກສາຂອງເຂົາເຈົ້າ.
ອີກໜື່ງສິ່ງທີ່ສຳຄັນບໍ່ແພ້ກັນກໍຄື ທຶນການສຶກສາ ກິຊູນ່າ ທີ່ຂ້ອຍສະໝັກແມ່ນເໝາະສົມກັບປະເທດລາວ ແລະ ໂຕຂ້ອຍເອງ ຍ້ອນວ່າທຶນນີ້ບໍ່ໄດ້ສິ້ນສຸດທີ່ການສຳເລັດການສຶກສາເທົ່ານັ້ນ, ແຕ່ເຮົາຍັງຈະມີການຕິດຕໍ່ພົວພັນຫຼັງຈາກຈົບການສຶກສາເພື່ອພັດທະນາຂົງເຂດບໍ່ແຮ່ໃນປະເທດຕໍ່ໄປ.

​How is University of Toyama?

On the first step of walking into the university, I saw some exciting things: a beautiful street trees, several school buildings, a specious hall, vast library, and a large dining hall. But the most impressive thing is that the professors are very kind and the Japanese students very friendly, they make me warm and help a lot for study and daily life.

ໃນກ້າວທຳອິດທີ່ຍ່າງເຂົ້າໄປທີ່ມະຫາວິທະຍາໄລໂຕຍາມະ ຂ້ອຍມີຄວາມຕື່ນເຕັ້ນຫຼາຍ ກັບຖະໜົນທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່ທັງສອງຂ້າງ, ຕຶກຮຽນ ແລະ ຕຶກປະຖົມນີເທດທີ່ໃຫຍ່, ຫ້ອງສະໝຸດທີ່ກວ້າງຂວາງ, ແລະ ຫ້ອງອາຫານທີ່ອາດງາມຕາ.
ແຕ່ສິ່ງທີ່ຂ້ອຍປະທັບໃຈຫຼາຍແມ່ນບັນດາຄູອາຈານທີ່ມະຫາວິທະຍາໄລໂຕຍາມະໃຈດີຫຼາຍ, ລວມທັງນັກຮຽນຍີ່ປຸ່ນກໍເປັນມິດ ແລະ ນິໄສດີ, ພວກເຂົາເຮັດໃຫາຂ້ອຍຮູ້ສຶກອົບອຸ່ນ ແລະ ໃຫ້ການຊ່ອຍເຫຼືອທັງໃນເລື່ອງການຮຽນ ແລະ ການໃຊ້ຊີວິດປະຈຳວັນ.

For everyone who interested to study here at University of Toyama,  Please come!  You will get a lot of support and you will feel warm to forget about the exhaustion of studying.  ສຳລັບໃຜທີ່ສົນໃຈມາຮຽນທີ່ມະຫາວິທະຍາໄລໂຕຍາມະ ມາເລີຍ! ເຈົ້າຈະໄດ້ຮັບຄວາມອົບອຸ່ນຈາກການຊ່ອຍເຫຼືອ ແລະ ຈະລືມຄວາມອິດເມື່ອຍຈາກການຮຽນໄປເລີຍ.